ເນື່ອງໃນງານສະເຫຼີມສະຫຼອງບຸນວັນຄູແຫ່ງຊາດ ທີ່ຈະມາເຖິງນີ້ ວິທະຍາໄລສົງ(ອົງຕື້) ຂໍເຊີນສາທຸຊົນຜູ້ໃຈບຸນທັງຫຼາຍຮ່ວມລະລຶກເຖິງບຸນຄຸນຂອງຄູ ຕະຫຼອດຮອດບຸບພາຈານ, ຮ່ວມຟັງກິດຈະກຳ, ການວາງສະແດງຮູບພາບ. ຮ່ວມໃສ່ບາດແກ່ພຣະສົງຈຳນວນ 450 ອົງ ເພື່ອເປັນສິຣິມຸງຄຸນແກ່ຊີວິດ.

ສະຖານທີ :
ວິທະຍາໄລສົງ(ອົງຕື້) ວັດອົງຕື້ມະຫາວິຫານ.

ວັນເວລາ:

ວັນທີ 02 ຕຸລາ 2010 ເປັນວັນເຮັດກິດຈະກຳວັນຄູ
ວັນທີ 03 ຕຸລາ 2010 ຕອນເຊົ້າມີການໃສ່ບາດ ຖວາຍສັງຄະທານແກ່ພຣະສົງ ຈຳນວນ 450 ອົງ.

ແຈ້ງຂ່າວມາດ້ວຍຄວາມເມດຕາທັມ.

ເອກັຄຄະຈິຕໂຕ ພິກຂຸ

Long is the day and night of waiting,
Weary is an aimless journey,
Lonely enough is the life in Samsara,
It is beginningless and endless,
Except the Buddha, the Omniscient, who has conquered the Māra and reached the shore.

—-Ekaggacitto Bhikkhu

ເນີ້ນນານຍິ່ງແທ້ວັນຄືນທີ່ຄອງຄອຍ
ເມື່ອຍລ້າໜັກໜາເມື່ອທຽວທາງໄຣ້ຈຸດໝາຍ
ປ່ຽວພອຍແທ້ໜາ ໂອຊີໃນວັດຕະສົງສາຮ
ຈະຫາຈຸດເລີ່ມຕົ້ນ ແລະສິ້ນສຸດຄົງບໍ່ມີ
ເວັ້ນເສັຍແຕ່ພຮະຊິນສີຫ໌ອົງມຸນີສັພພັນຍູ
ຜູ້ພິຊິດພະຍາມາຮ ເຖິງຝັ່ງນິພພານກະເສມສັນຕິ໌.

—-ໂດຍ : ເອກັຄຄະຈິຕໂຕ ພິກຂຸ

ໝວດທີ ໑

ອັຕຕະວັກ : ໝວດຕົນ

໑. ອັຕຕະ ຫະເວ ຊິຕັງ ໄສໂຍ : ຊະນະຕົນນັ້ນແຫລະດີ
໒. ອັຕຕາ ສຸທັນໂຕ ປຸຣິສັສສະ ໂຊຕິ : ຕົນທີ່ຝຶກດີແລ້ວ ເປັນແສງສະຫວ່າງຂອງບຸລຸດ
໓. ອັຕຕະນາ ວະກະຕັງ ປາປັງ ອັຕຕະນາ ສັງກິລິສສະຕິ: ຕົນທຳບາບເອງ ຍ່ອມເສົ້າໝອງເອງ.
໔. ອັຕຕັດຖະປັນຍາ ອະສຸຈີ ມະນຸສສາ : ມຸນຸດຜູ້ເຫັນແກ່ປະໂຫຍດຕົນ ເປັນຄົນບໍ່ສະອາດ.
໕. ອັຕຕານັນເຈ ປິຍັງ ຊັນຍາ ຣັກເຂີຍຍະ ນໍ ສຸຣັກຂີຕັງ : ຖ້າຮູ້ວ່າຕົນເປັນທີ່ຮັກ(ຂອງຕົນ) ກໍຄວນຮັກສາຕົນໃຫ້ດີ.
໖. ອັຕຕານັນເຈ ຕະຖາ ກະຍິຣາ ຍະຖັນຍະມະນຸສາສະຕິ : ຖ້າສັ່ງສອນຜູ້ອື່ນສັນໃດ ກໍຄວນທຳຕົນສັນນັ້ນ.
໗. ອັຕຕານັນເຈ ຕະຖາ ກະຍິຣາ ຍະຖັນຍະມະນຸສາສະຕິ
ສຸທັນໂຕ ວະຕະ ທະເມຖະ ອັຕຕາ ຫິ ກິຣະ ທຸທທະໂມ : ຖ້າສອນຜູ້ອື່ນສັນໃດ ຄວນທຳຕົນສັນນັ້ນ ຜູ້ຝຶກຕົນດີແລ້ວ ຄວນຝຶກຜູ້ອື່ນ ໄດ້ຍິນວ່າຕົນແລ ຝຶກຍາກ.
໘. ອັຕຕານະເມວະ ປະຖະມັງ ປະຕິຣູເປ ນິເວສະເຍ
ອະຖັນຍະມະນຸສາເສີຍຍະ ນະ ກິລິສເສີຍຍະ ປັນດິໂຕ : ບັນດິດຄວນຕັ້ງຕົນໄວ້ໃນຄຸນອັນສົມຄວນກ່ອນ ສອນຜູ້ອື່ນພາຍຫລັງ ຈິ່ງບໍ່ມົວໝອງ.
໙. ອັຕຕານັງ ທະມະຍັນຕິ ສັພພະຕາ : ຜູ້ປະພຶດດີຍ່ອມຝຶກຕົນ.
໑໐. ອັຕຕະນາ ໂຈທະຍັຕຕານັງ : ຈົງເຕືອນຕົນດວ້ຍຕົນເອງ.
໑໑. ທຸຄຄາ ອຸທທະຣະຖັຕຕານັງ ປັງເກ ສັນໂນວະ ກຸນຊະໂຣ : ຈົງຖອນຕົນຂື້ນຈາກສະໜົມ ເໝືອນຊ້າງຕົກສະໜົມ ຖອນຕົນຂື້ນສັນນັ້ນ.

ສັພພະປາປັສສະ ອະກະຣະນັງ ກຸສະລັສສູປະສັມປະທາ
ສະຈິຕຕະປະຣິໂຍທະປະນັງ ເອຕັງ ພຸທທານະສາສະນັງ

ແປວ່າ ການບໍ່ທຳບາບທັງປວງ, ການຍັງກຸສົລໃຫ້ເຖິງພ້ອມ, ການທຳຈິຕຂອງຕົນໃຫ້ຜ່ອງໃສ, ສາມຢ່າງນີ້ ເປັນຄຳສັ່ງສອນຂອງທ່ານຜູ້ຮູ້ທັງຫລາຍ.

ຄຳວ່າ “ພຸທທະສາສະນັງ”  ໃນພາສິດຂ້າງເທິງນີ້ ແຍກອອກເປັນ ໒ ສັບ ຄື ” ພຸທທານັງ” ສັບນຶ່ງ ” ສາສະນັງ” ສັບນຶ່ງ, “ພຸທທານັງ” ແປວ່າ ຂອງຜູ້ຮູ້ທັງຫລາຍ “ສາສະນັງ” ແປວ່າ ຄຳສັ່ງສອນ ເມື່ອຕໍ່ເຂົ້າກັນໂດຍວິທີສມາສແລະສັນທະລັກແລ້ວ ຈິ່ງໄດ້ຮູບເປັນບົດວ່າ “ພຸທທານະສາສະນັງ” ແປທັບສັບວ່າ ພຸທທານະສາສະນາ ເມື່ອລົບວິພັດຂອງສັບໜ້າອອກ ເຫລືອແຕ່ ” ພຸທທະ” ເທົ່ານັ້ນ ຕໍ່ເຂົ້າກັນກັບ ” ສາສະນັງ” ຈິ່ງໄດ້ຮູບແບບເປັນບົດວ່າ ” ພຸທທະສາສະນັງ” ແປທັບສັບວ່າ ພຸທທະສາສນາ.

July 29th, 2008Hello world!

ຍິນດີຕ້ອນຮັບສູ່ Laoblogger.com. ນີ້ຄືໂພສຕ໌ທຳອິດຂອງທ່ານ. ທ່ານສາມາດແກ້ໄຂຫຼືລຶບມັນໄດ້ຫາກຕ້ອງການ, ແລ້ວເລີ້ມຂຽນບລັອກຂອງທ່ານເອງ!


© 2007 Lao Buddhism | iKon Wordpress Theme by TextNData | Powered by Wordpress | ບໍລິການຟຣີບລັອກຈາກ LaoBlogger.com