July 29th, 2008ພຸທທະສາສນາ(ຄຳສອນຂອງຜູ້ຮູ້)
ສັພພະປາປັສສະ ອະກະຣະນັງ ກຸສະລັສສູປະສັມປະທາ
ສະຈິຕຕະປະຣິໂຍທະປະນັງ ເອຕັງ ພຸທທານະສາສະນັງ
ແປວ່າ ການບໍ່ທຳບາບທັງປວງ, ການຍັງກຸສົລໃຫ້ເຖິງພ້ອມ, ການທຳຈິຕຂອງຕົນໃຫ້ຜ່ອງໃສ, ສາມຢ່າງນີ້ ເປັນຄຳສັ່ງສອນຂອງທ່ານຜູ້ຮູ້ທັງຫລາຍ.
ຄຳວ່າ “ພຸທທະສາສະນັງ” ໃນພາສິດຂ້າງເທິງນີ້ ແຍກອອກເປັນ ໒ ສັບ ຄື ” ພຸທທານັງ” ສັບນຶ່ງ ” ສາສະນັງ” ສັບນຶ່ງ, “ພຸທທານັງ” ແປວ່າ ຂອງຜູ້ຮູ້ທັງຫລາຍ “ສາສະນັງ” ແປວ່າ ຄຳສັ່ງສອນ ເມື່ອຕໍ່ເຂົ້າກັນໂດຍວິທີສມາສແລະສັນທະລັກແລ້ວ ຈິ່ງໄດ້ຮູບເປັນບົດວ່າ “ພຸທທານະສາສະນັງ” ແປທັບສັບວ່າ ພຸທທານະສາສະນາ ເມື່ອລົບວິພັດຂອງສັບໜ້າອອກ ເຫລືອແຕ່ ” ພຸທທະ” ເທົ່ານັ້ນ ຕໍ່ເຂົ້າກັນກັບ ” ສາສະນັງ” ຈິ່ງໄດ້ຮູບແບບເປັນບົດວ່າ ” ພຸທທະສາສະນັງ” ແປທັບສັບວ່າ ພຸທທະສາສນາ.
July 30th, 2008 at 12:29 pm
ໄດ້ຢ່າງບໍ່ຕ້ອງສົງໄສ
August 26th, 2008 at 6:37 pm
ດີຫລາຍ ຄັກໆ
August 26th, 2008 at 8:24 pm
ໂອ ອັບເດດແລ້ວເນາະ
ນມັສການພຣະອາຈານ
August 26th, 2008 at 8:33 pm
ກຳລັງຈັດລະບຽບ ແຕ່ບໍ່ເກັ່ງຄອມເດີ ຢາກຂໍຮຽນນຳແດ່ເດີ. ຖ້າມີບັນຫາຫຍັງກ່ຽວກັບການສ້າງບລອກ, ສ້າງເວັບຕ່າງໆ ຊິຖາມບາດໜ້າ.
September 12th, 2008 at 9:45 am
ທັມໂມ ຫະເວ ຮັກຂະຕິ ທັມມະຈາຮີ
ທັມມະຍ່ອມຮັກສາຜູ້ປະຕິບັດທັມ
ຢາກຮຽນໃຫ້ສຸດ ຂຸດໃຫ້ເຖິງ ເພິ່ງຕົວເອງໃຫ້ໄດ້ ແລະ
ຮັບໃຊ້ຊາດ ສາສະນາ ພັດທະນາຖິ່ນກຳເນີດເພື່ອຕອບ
ແທນຄຸນບິດາມານດາ ຄຮູບາອາຂານ ແລະບຸບພະກາຮີ.
ເຖິງມື້ນີ້ ເປັນພຽງເຊັ່ນຕົ້ນຫຍ້າ
ມື້ຂ້າງໝ້າ ຈະຂໍເປັນເຊັ່ນຕົ້ນໄມ້
ສັກມື້ໝຶ່ງອີກຕໍ່ໄປຈະກ້າວເປັນຜູ້ຍິ່ງໃຫຍ່ແລະທະນົງ.
ທັມໂມສຸຈິນໂນ ສຸຂະມາວະຫາຕິ
ຜູ້ໃດປະຕິບັດທັມ ຜູ້ນັ້ນຍ່ອມມີຄວາມສຸກທຸກທິວາຮາຕີ
ຄົນເຮົາເກີດມາຈົນ ເພາະບໍ່ໄດ້ໃຫ້ທານ
ຄົນທີ່ມີພະຍາດ ເປັນຄົນເຄີຍທໍລະມານສັດ
ຄົນທີ່ງາມດ້ວຍກາຍງາມດ້ວຍໃຈ ເປັນຄົນທີ່ມີສີນທັມ.
ເຫັນເພິ່ນມີ ບໍ່ຕ້ອງຂະຫຍັນ
ຝັນບໍ່ດີ ບໍ່ຕ້ອງເສັຍເຄາະ
ມັນບໍ່ເຫມາະ ບໍ່ຕ້ອງເຮັດຕາມ
ເຫັນສາວງາມບໍ່ຕ້ອງຫລຽວເບິ່ງ
ເປັນຄົນຄວນຄິດ ຊີວິດດັບຄິດບໍ່ໄດ້
ຄິດແລ້ວຕ້ອງເຮັດ ເສັດແລ້ວຫມົດຄວາມຫວັງ
ຊີວິດມີຄວາມໝາຍ ຕາຍແລ້ວສູນເປົ່າ
ຊີວິດນີ້ຄວນສູ້ ດີກວ່າບໍ່ສູ້ຊີວິດ.
September 18th, 2008 at 4:26 pm
ຂອບໃຈສຳຫລັບຄຳເຫັນ. ໃນຕອນສຸດທ້າຍ ທີ່ວ່າຕາຍແລ້ວສູນເປົ່ານັ້ນ ບໍ່ແມ່ນຄຳສອນທີ່ມີມາໃນພຸດທະສາສນາ. ໃນພຣະພຸດທະສາສນານີ້ ເຖິງແມ່ນວ່າຕອນຕາຍ ຮ່າງກາຍຈະຖືກຈູດເຜົາໃຫ້ສູນສິ້ນ ແຕ່ດວງຈິຕຍັງຈະຕ້ອງລ່ອງລອຍໄປຕາມບຸບພະກັມ ຍັງຈະໄປປະຕິສົນທິ ຫຼືເກີດໃໝ່ອີກ ຈົນກວ່າຈະໝົດສິ້ນຈາກກິເລສຕັນຫາ ຈິ່ງຈະບໍ່ມາເກີດອີກ.