July 29th, 2008Hello world!
ຍິນດີຕ້ອນຮັບສູ່ Laoblogger.com. ນີ້ຄືໂພສຕ໌ທຳອິດຂອງທ່ານ. ທ່ານສາມາດແກ້ໄຂຫຼືລຶບມັນໄດ້ຫາກຕ້ອງການ, ແລ້ວເລີ້ມຂຽນບລັອກຂອງທ່ານເອງ!
ຍິນດີຕ້ອນຮັບສູ່ Laoblogger.com. ນີ້ຄືໂພສຕ໌ທຳອິດຂອງທ່ານ. ທ່ານສາມາດແກ້ໄຂຫຼືລຶບມັນໄດ້ຫາກຕ້ອງການ, ແລ້ວເລີ້ມຂຽນບລັອກຂອງທ່ານເອງ!
July 29th, 2008 at 10:53 pm
Hi, this is a comment.
To delete a comment, just log in, and view the posts’ comments, there you will have the option to edit or delete them.
September 12th, 2008 at 9:43 am
ທຳມະນູນຊີວິດ
ປຸລັດທິມມະທິດໄດ້ແກ່ທິດເບື້ອງຫນ້າບິດາມານດາ(ພໍ່ແມ່)
ຫ້າມບໍ່ໃຫ້ເຮັດຄວາມຊົ່ວ
ແນະນຳໃຫ້ຢູ່ໃນຄວາມດີ
ໃຫ້ໄດ້ສຶກສາການຮຳຮຽນ
ຫາພັນລະຍາທີ່ດີໃຫ້
ມອບສັບມໍລະດົກໃຫ້ໃນພາຍຫນ້າ
ຫນ້າທີ່ລູກຄວນຕອບແທນດັ່ງນີ້
ທ່ານລ້ຽງເຮົາມາກໍ່ຄວນລ້ຽງທ່ານຄືນ
ຊ່ວຍເຮັດວຽກແທນເພິ່ນ
ເປັນຜູ້ຮັກສາຊື່ສຽງວົງຕະກຸນ
ປະຕິບັດຕົນໃຫ້ດີດັ່ງທີ່ຄວນຈະຮັບມໍລະດົກ
ເມື່ອທ່ານມໍລະນະ ຄວນເຮັດກຸສົນໄປໃຫ້
ທັກຂິນນະທິດ ທິດເບື້ອງຂວາຄື ຄູອາຈານ
ແນະນຳໃຫ້ດີ
ສອນໃຫ້ດີຮຽນໃຫ້ໄດ້
ບອກຄວາມຮູ້ບໍ່ປິດບັງ
ຍົກຍ່ອງສັນລະເສີນໃນຫມູ່ເພື່ອນ
ເຮັດຄວາມດີປ້ອງກັນໃນທິດທັງຫຼາຍ
ຫນ້າທີສິດທີດີ
ໃຫ້ລຸກຂື້ນຍືນຕ້ອນຮັບ
ເຂົ້າໄປຄອຍຮັບໃຊ້
ເຊື່ອຟັງຄຳສັ່ງສອນຂອງເພິ່ນ
ຊ່ວຍເຫຼືອກິດການງານຂອງເພິ່ນ
ເປັນຄົນຕັ້ງໃຈຮຽນດ້ວຍຄວາມເຄົາລົບ
ປັດສິມມະທິດ ທິດເບື້ອງຫຼັງຄືຫນ້າທີພັນລະຍາ
ເຮັດວຽກດີ
ອະນຸເຄາະຍາດຂອງຜົວແລະເຮືອນໃກ້ຄຽງ
ບໍ່ປະຕິບັດຕົນນອກໃຈຜົວ
ຮັກສາເງິນທີຜົວຫາມາໄວ້ໃຫ້ດີ(ບໍ່ຫຼີ້ນໄພ່)
ດຸຫມັ່ນບໍ່ຂີ້ຄ້ານໃນວຽກເຮັດງານທຳ
ຫນ້າທີຜົວທີດີຕໍ່ເມຍ
ຍົກຍ່ອງໃຫ້ກຽດບໍ່ປົກປິດ
ບໍ່ເວົ້າຮ້າຍປ້າຍສີແກເມຍຕົນເອງ
ບໍ່ນອກໃຈເມຍຊື່ສັດຕໍ່ເມຍ
ຈັດໃຫ້ເປັນໃຫຍ່ໃນເຮືອນ
ຊື່ເຄື່ອງປະດັບໃຫ້ແລະຂອງລາງວັນ
ອຸດຕະລະທິດ ທິດເບື້ອງຊ້າຍຄື ຫມູ່ເພື່ອນ
ຮູ້ຈັກແບ່ງປັນ
ເວົ້າຈາສຸພາບ
ຊ່ວຍເຫຼືອຊຶ່ງກັນແລະກັນຢາມທຸກ
ເຮັດດີດ້ວຍຄວາມເຄົາລົບ
ບໍ່ກ້າວຮ້າຍເວົ້າແຕ່ຄວາມສັດຈິງໃຈ
ຫນ້າທີເພື່ອນຕໍ່ເພື່ອນ
ຮັກສາເພື່ອນຜູ້ປະມາດ
ຮັກສາສັບເງິນທອງຂອງເພື່ອນຜູ້ປະມາດ
ເພື່ອນມີອັນຕະລາຍເປັນກຳລັງໃຈໃຫ້
ບໍ່ປະລະຖິ້ມໃນຍາມອຸບັດໄພ
ນັບຖືວົງຂອງເພື່ອນ
ເຫດຖິມມະທິດ ທິດເບື້ອງຕ່ຳຄືບໍລິວານແລະລູກນ້ອງ
ລຸກຂື້ນເຮັດວຽກກ່ອນເພິ່ນ ຕົງຕໍ່ເວລາ
ເລີກວຽກທີຫຼັງເພິ່ນ ຮັບວຽກມາຕ້ອງຮີບເຮັດໃຫ້ແລ້ວ
ຈັບເອົາແຕ່ຂອງທີເຈົ້ານາຍໃຫ້
ເຮັດວຽກໃຫ້ດີແລະປັບປຸງຕົນເອງ
ເອົາຄວາມດີຂອງເຈົ້ານາຍໄປສັນລະເສີນບ່ອນຕ່າງໆໆ
ຫນ້າທີ່ເຈົ້ານາຍດີຕໍ່ລູກນ້ອງທີເຮັດວຽກດີ
ໃຫ້ເຮັດວຽກທີ່ເມາະສົມແລະໄວ້ວາງໃຈ
ໃຫ້ຄ່າແຮງຄ່າຈ້າງດີ
ຮັກສາໃນເວລາເຈັບປ່ວຍ
ແບ່ງປັນຂອງກິນຂອງໃຊ້ໃນບາງໂອກາດ
ໃຫ້ຍຸດວຽກໃນຍາມບຸນຕ່າງໆບາງໂອກາດ
ອຸບປະລິມມະທິດ ທິດເບື້ອງເທິງຄືສາທຸຂະມ່ອມຄູບາສາມເນນຜູ້ມີສິນ
ຫ້າມບໍ່ໃຫ້ເຮັດຄວາມຊົ່ວ
ສັ່ງສອນໃຫ້ຢູ່ໃນຄວາມດີ
ອະນຸເຄາະສົ່ງເຄາະໃຫ້ຄຳປຶກສາ
ບອກສອນ ສິ່ງບໍ່ເຄີຍຟັງມາກ່ອນ
ບອກສອນຊີ້ທາງນະລົກສະຫວັນໃຫ້ ບອກດຳເນີນຊີວິດໃນທາງທີຖືກຕ້ອງ
ຫນ້າທີພໍ່ອອກແມ່ອອກທີດີຕໍ່ຜູ້ມີສິນ
ຈະເຮັດອີ່ຫຍັງໆດ້ວຍກາຍກໍ່ເຮັດດ້ວຍເມດຕາ
ຈະເວົ້າອີ່ຫຍັງໆດ້ວຍວາຈາກໍ່ເວົ້າດ້ວຍຄວາມເມດຕາ
ຈະຄິດອີ່ຫຍັງໆດ້ວຍໃຈກໍ່ຄິດດ້ວຍເມດຕາ
ຍິນດີຕ້ອນຮັບເຂົ້າໄປໃນເຮືອນດ້ວຍຄວາມເຕັມໃຈ
ເຮັດການບູຊາ ອຸປະຖຳບຳລຸງປັດຈັຍສີ່
ພິມແປລໂດຍແກ່ນຈັນ ລິດຊະນະ